ຮຽນວິເຄາະ ແລະ ສ້າງກຣາຟຂໍ້ມູນແບບມືອາຊີບດ້ວຍໂປເເກຣມວິເຄາະຂໍ້ມູນ R

$0.00

ໃນປັດຈຸບັນ, ການຕັດສິນໃຈບົນພື້ນຖານຂໍ້ມູນ (Data-Driven Decision Making) ໄດ້ກາຍເປັນປັດໄຈສຳຄັນໃນການຂັບເຄື່ອນວຽກງານຂອງທັງພາກລັດ ແລະ ພາກທຸລະກິດ. ພາສາໂປຣແກຣມ R ແມ່ນເຄື່ອງມືວິເຄາະສະຖິຕິແບບເປີດ (Open-source) ທີ່ນັກເສດຖະສາດ, ນັກສະຖິຕິ ແລະ ນັກວິເຄາະຂໍ້ມູນທົ່ວໂລກນຳໃຊ້ຢ່າງກວ້າງຂວາງ, ໂດຍສະເພາະໃນວຽກງານການວິເຄາະນະໂຍບາຍ ແລະ ເສດຖະສາດມະຫາພາກ. ເຖິງຢ່າງໃດກໍຕາມ, ໂອກາດໃນການເຂົ້າເຖິງການຝຶກອົບຮົມໂປຣແກຣມ R ຢ່າງເປັນລະບົບ ແລະ ສາມາດນຳໄປປະຕິບັດໄດ້ຈິງໃນ ສປປ ລາວ ນັ້ນຍັງມີຈຳກັດ.

ດ້ວຍເຫດຜົນດັ່ງກ່າວ, ບໍລິສັດ BridgeX Corporation Co., Ltd. ຈຶ່ງໄດ້ພັດທະນາຫຼັກສູດຝຶກອົບຮົມ "R ສຳລັບວິທະຍາສາດຂໍ້ມູນ: ການວິເຄາະ ແລະ ການສ້າງພາບຂໍ້ມູນ" ຂຶ້ນ ເພື່ອສ້າງທັກສະຕັ້ງແຕ່ລະດັບພື້ນຖານ ຈົນສາມາດນຳໄປປະຍຸກໃຊ້ເຂົ້າໃນວຽກງານຕົວຈິງ ໃຫ້ແກ່ພະນັກງານ ແລະ ນັກວິເຄາະ ຜ່ານການຮຽນແບບເຊິ່ງໜ້າ (Face-to-Face) ທີ່ເຂັ້ມຂຸ້ນພາຍໃນໄລຍະເວລາ 2 ວັນ.